23
Jul

ສະບາຍດີ-ທັກທາຍກັນກ່ອນ

   Posted by: ນະລົງລິດ ນໍລະສິງ   in ຮູບເງົາທີ່ຂ້ອຍມັກ

ຍິນດີຕ້ອນຮັບສູ່ nalonglith.Laoblogger.com.

ຂ້າພະເຈົ້າສ້າງເວັບຂອງຕົນເອງຂຶ້ນມາ ກໍເພ່ືອແລກປ່ຽນຄວາມຮູ້-ຄວາມເຂົ້າໃຈກ່ຽວກັບກົດຫມາຍ ກັບບັນດາທ່ານ ແລະ ໂດຍສະເພາະກັບບັນດານັກສຶກສາກົດຫມາຍ ເພ່ືອເປັນອີກຊ່ອງທາງຫນຶ່ງໃນການຕິດຕໍ່ກັບຂ້າພະເຈົ້າ ແລະ ໄດ້ຕິດຕາມບົດຮຽນຕ່າງໆ ຂອງຂ້າພະເຈົ້າ.

ນີ້ເປັນເທ່ືອທຳອິດທີ່ຂ້າພະເຈົ້າສາ້ງເວັບຂອງຕົນເອງ ສະນັ້ນຜິດພາດປະການໃດ ກໍຂໍອະໄພໃຫ້ຂ້າພະເຈົ້າດ້ວຍ ແລະ ຖ້າຫາກທ່ານຫາກມີຄຳເຫນີແນະນຳຂ້າພະເຈົ້າແນວໃດ ຂ້າພະເຈົ້າກໍມີຄວາມຍິນດີນ້ອມຮັບເອົາຄຳແນະນຳຈາກທ່ານ.

ຂໍໃຫ້ເວັບຂອງຂ້າພະເຈົ້ານີ້ຈົ່ງເກີດເປັນປະໂຫຍດແກ່ທຸກທ່ານ.

ຂອບໃຈ